ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ຈະ​ເປີດ​ໃຊ້​ກ້ອງ​ກວດ​ຈັບ​ດາວ​ເຄາະ​ນອກ​ລະບົບ​ສຸລິຍະ​ໃນ​ປີ 2026

     ໂທລະພາບ​ສູນ​ກາງ​ແຫ່ງ ​ສປ ຈີນ ເຜີຍແຜ່​ວັນ​ທີ 12 ກຸມພາ 2024 ນີ້, ມະຫາວິທະຍາໄລ ຊຽງ​ໄຮ້ ຈຽວ​ຕົງ ​ສປ ຈີນ, ໄດ້​ພັດ
ທະນາ​ກ້ອງ​ໂທລະພາບ ສະ​ເປັກ​ໂຕຣ​ສະ​ໂກ​ປິກ (Jiaotong University Spectroscopic Telescope) ຂະໜາດ​ໃຫຍ່ ເຊີ່ງ
​ອອກ​ແບບ​ມາເພື່ອ​ຄົ້ນ​ຫາ​ດາວ​ເຄາະ ນອກ​ລະບົບ​ສຸ​ຣິ​ຍະ ພ້ອມ​ທັງ​ເປີດເຜີຍ​ວ່າ: ການ​ກໍ່ສ້າງ​ກ້ອງ​ໂທລະພາບ​ນີ້ ແມ່ນ​ຢູ່​ພື້ນ​ທີ່​ທາງ​ຕາ
ເວັນຕົກ​ສ່ຽງ​ເໜືອ​ຂອງ​ຈີນ, ມີ​ກຳນົດ​ສ້າງ​ສຳເລັດ ແລະ ເປີດ​ໃຊ້​ງານ​ພາຍ​ໃນ​ປີ 2026. ໂຄງການ​ສ້າງ​ກ້ອງ​ໂທລະພາບ ຈະ​ຖືກ​ກໍ່ສ້າງ​ຢູ່​
ເທິງ​ພູ​ຊ່າຍ​ເສີນ​ເຖິງ ໃກ້​ກັບ​ເມືອງ ເຫລີ່ງ​ຫູ​ທີ່​ຊິງ ແຂວງ​ ຊິງ​ໄຫ ທີ່​ໄດ້​ຈັດ​ຕັ້ງ​ຖານ​ສັງເກດ​ການ​ທາງ​ດາລາສາດ ແລະ ຈະ​ເປັນ​ກ້ອງ​ໂທ
ລະພາບ ສະ​ເປັກ​ໂຕຣ ອັນ​ໂດດ​ເດັ່ນ​ທີ່​ສຸດ​ຂອງ​ຈີນ. ກ້ອງ​ລຸ້ນ​ນີ້ ຈະ​ມີ​ຮູ​ຮັບ​ແສງ​ຂະໜາດ 4,4 ແມັດ, ສາມາດ​ສັບ​ປ່ຽນ ລະຫວ່າງ​ແຫຼ່ງ​
ເປົ້າ​ໝາຍ​ໄດ້​ຢ່າງ​ວ່ອງ​ໄວ ແລະ ຊ່ວຍ​ເຮັດ​ໃຫ້​ສັງເກດ​ການ​ທາງ​ສະ​ເປັກ​ໂຕຣ ໄດ້​ທັນທີ, ເຊິ່ງ​ຄະນະ​ນັກວິທະຍາສາດ ຄາດ​ວ່າ: ກ້ອງ​ດັ່ງ
ກ່າວ ຈະ​ຊ່ວຍ​ໃຫ້​ປະສົບ​ຜົນສຳເລັດ ທາງ​ດ້ານ​ການ​ວິໄຈ ຫຼາຍ​ລາຍການ​ເຊັ່ນ: ດາລາສາດ, ໂດ​ເມນ​ເວລາ ແລະ ການ​ສຳ​ຫລວດ​ດາວ​
ເຄາະ ນອກ​ລະບົບ​ສຸ​ຣິ​ຍະ. ນອກຈາກ​ນັ້ນ, ກ້ອງ​ໂທລະພາບ​ນີ້ ຍັງ​ມີ​ອຸປະກອນ ສະ​ເປັກ​ໂຕຣ​ມິ​ເຕີ ທີ່​ມີ​ຄວາມ​ຊັດ​ເຈນ​ສູງ ທີ່​ຈະ​ຊ່ວຍ
​ໃຫ້​ຄວາມ​ສາມາດເຮັດ​ການ​ສັງ ເກດ​ການທາງ​ ສະ​ເປັກ​ໂຕຣ ແບບ​ຫຼາຍ​ເປົ້າ​ໝາຍ ແລະ ຊັດ​ເຈນ​ສູງ ເປັນ​ຄັ້ງ​ທຳ​ອິດ​ຂອງ​ໂລກ, ລວມ​ເຖິງ
​ຈະ​ເພີ່ມ​ປະສິດທິພາບ​ການ​ກວດ​ຈັບດາວ​ເຄາະ ນອກ​ລະບົບ​ສຸລິຍະຢ່າງ​ຊັດ​ເຈນ ແລະ ເລິກເຊິ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/02/2024